ໜ່ວຍພັກພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ປະກາດສ້າງຕັ້ງເປັນຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ
04/08/2021

ໃນຕອນເຊົ້າ ເວລາ 8:30 ຂອງວັນທີ 30 ກໍລະກົດ 2021 ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແລະ ການສື່ສານ,ໜ່ວຍພັກພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ປະກາດສ້າງຕັ້ງເປັນຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ, ພາຍໃຕ້ການເປັນປະທານຂອງ ທ່ານ ພົມມະສຸກ ວິໄລກຸນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ມີຜູ້ເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 12 ສະຫາຍ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານມີ 4 ໜ່ວຍພັກທີ່ຂື້ນກັບຄື:
- ໜ່ວຍພັກບໍລິຫານ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ
- ໜ່ວຍພັກ ວິຊາການ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ
- ໜ່ວຍພັກ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສາຂາແຂວງ ຫຼວງນໍ້າທາ
- ໜ່ວຍພັກ ອີທີແອລ ຈໍາກັດ
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:30 ນາທີ ຂອງວັນດຽວກັນ